ຂໍ້ຄຶດຄຳຄົມຈາກກາຕູນ ໂຄນັນ

ປີສາດຖືກອັດສະວິນຜູ່ພິທັກທຳມະລົງໂທດກໍຕາມ ແຕ່ອັດສະວິນທີ່ເປື້ອນເລືອດອັນຊົ່ວຮ້າຍ
ກໍຫມາຍເຖິງສິ່ງທີ່ເຮັດໃຫ້ອັດສະວິນ ຈົມເລິກລົງໄປໃນຄວາມຊົ່ວຮ້າຍເຊັ່ນກັນ.
ການໄຂປິດສະຫນາຂອງຄະດີ ບໍ່ມີຄຳວ່າປະລາໄຊຫລືຊະນະ ບໍ່ມີທີນຶ່ງຫລືສອງ
ມີແຕ່ຄວາມຈິງພຽງສິ່ງດຽວເທົ່ານັ້ນ.
ນັກສືບທີ່ຕ້ອນຄົນຮ້າຍຈົນໆຕາແຈ ເຖິງຂັ້ນຕ້ອງຂ້າໂຕຕາຍໃນທີ່ສຸດ
ກໍບໍ່ຕ່າງຫຍັງກັບໂຕເອງເປັນຄາດຕະກອນ.
ຈອມໂຈນກໍຄື ສີລະປິນຜູ່ສ້າງສັນການຂະໂມຍສິ່ງທີ່ຕ້ອງການຢ່າງວິຈິດງົດງາມ
ນັກສືບກໍຄືຄົນທີ່ເຝົ້າຕິດຕາມເບິ່ງຜົນງານນັ້ນ ຫລືເປັນພຽງນັກວິຈານທຳມະດາເທົ່ານັ້ນ.
ປິດສະຫນາທີ່ແກ້ບໍ່ໄດ້ … ບໍ່ມີຢູ່ໃນໂລກນີ້ແນ່ນອນ.
ຈຸດນ້ອຍໆທີ່ເບິ່ງຂ້າມໄດ້ງ່າຍ ມັກຈະສຳຄັນກວ່າທຸກສິ່ງ.
ຄຳວ່າຢຸຕິທຳ ບໍ່ໄດ້ເປັນພຽງຄຳເວົ້າໂອ້ອວດ
ທີ່ບັງເອີນອອກຈາກປາກເທົ່ານັ້ນ ແຕ່ມັນເປັນສິ່ງທີ່ຕ້ອງຢຶດຫມັ້ນໄວ້ໃນໃຈສະເຫມີ.
ຂະຫນາດວ່າກະຈົກສາມາດສະທ້ອນທຸກຢ່າງໄດ້ຢ່າງກົງໄປກົງມາ
ແຕ່ມັນກໍບໍ່ອາດສະທ້ອນຕົວຕົນທີ່ແທ້ຈິງຂອງມະນຸດໄດ້.
ພວກທຣິກເທັກນິກກໍຄືກັບປິດສະຫນາອັກສອນໄຂວ່ທີ່ຄົນຄຶດຂຶ້ນ
ຄຶດກັບໄປຄຶດກັນມາກໍຕັ້ງເປັນທິດສະດີຫລວງຫລາຍພາຍມາກ ແຕ່ເຫດຜົນທີ່ຄົນຂ້າຄົນ
ເຖິງຈະຕັ້ງທິດສະດີຂຶ້ນມາອະທິບາຍແນວໃດກໍບໍ່ເຂົ້າໃຈ ເຖິງຈະເຂົ້າໃຈໄດ້ ແຕ່ກໍທຳໃຈຍອມຮັບບໍ່ໄດ້.
ຄວາມຮູ້ທີ່ເຮົາໄດ້ມານັ້ນມາຈາກໃຜບໍ່ສຳຄັນແຕ່ສຳຄັນຢູ່ທີ່ການນຳຄວາມຮູ້ນັ້ນມາໃຊ້ຫລາຍກວ່າ.

ຊີວິດເປັນສິ່ງທີ່ມີຄ່າທີ່ໃຫ້ໃຜມາຂະໂມຍໄປບໍ່ໄດ້ເດັດຂາດ ແມ່ນຫຍັງທີ່ເປັນການທຳຮ້າຍຊີວິດ
ກໍຄືກັບການຂ້າຄົນທັງນັ້ນ ເຖິງແມ່ນວ່າຈະເປັນຊີວິດໂຕເອງກໍຕາມ

ຖ້າຕັດຄວາມເປັຍໄປບໍ່ໄດ້ອອກ ສິ່ງທີ່ເຫລືອເຖິງຈະບໍ່ເປັນຕາເຊື່ອປານໃດກໍຕາມ ມັນກໍແມ່ນຄວາມຈິງ

ຄຳວ່າກ້າຫານເປັນຄຳແຫ່ງຄຸນນະທຳ ຫລາຍເຖິງການກຳຈັດຄວາມຢ້ານຂອງຕົນ ແລະລຸກຂຶ້ນສູ້

ດອກໄມ້ເປັນສິ່ງທີ່ອ່ອນບາງ ເຖິງຈະພະຍາຍາມຫວັງອ້ອມຮົ້ວກັນລົມບັງຝົນໃຫ້ມັນ ແຕ່ເມື່ອໃດທີ່ມັນຂາດແສງແດດທີ່ອົບອຸ່ນ
ມັນກໍຕ້ອງແຫ່ວຕາຍຢູ່ດີ ຫລືຖ້າມີພາຍຸມາ ເຖິງຈະມີຮົ້ວມີແຂງແຮງກໍບໍ່ສາມາດປ້ອງກັນໄດ້ຄືກັນ.

ຄົນທີ່ຈະປະສົບຄວາມສຳເລັດໄດ້ ແມ່ນຄົນທີ່ຮູ້ຈັກໂອກາດ ຖ້າມີແຕ່ຖ້າໃຫ້ໂອກາດແບບເກົ່າຄືນມາໃຫມ່
ຖ້າແນວໃດໂອກາດແບບນັ້ນກໍບໍ່ຄືນມາດອກ.

ຕົວຕໍ່ໃນຈິກຊໍເຖິງມັນຈະເປັນປ່ຽງນ້ອຍໆ ເບິ່ງແລ້ວຕ່າງກັນ ແຕ່ຖ້າລອງຫມູນເບິ່ງຫລາຍໆດ້ານສຸດທ້າຍມັນກໍຕ້ອງປະກອບໄດ້
ແນ່ນອນ ຄຳໃຫ້ການຂອງພະຍານທີ່ຕ່າງກັນຂອງແຕ່ລະຄົນ ກໍຄືຕົວຕໍ່ຂອງຮູບປະພັນຄົນຮ້າຍທີ່ເຮົາຈະຕ້ອງນຳມາໃສ່ ແລະເຮັດເສຍບໍ່ໄດ້ຈັກອັນ.

Credit:http://club.truelife.com/conanfc

ເອົາເພງມາຝາກ

ເອົາເພງຈາກກາຕູນ Conan ມາຝາກມາຕ້ອນກັນ

ອັນນີ້ເພງຕອນປິດເລື່ອງໂຄນັນ ພາກໃດບໍ່ຈື່ ຊື່ເພງ Natsu Wo Matsu Seiru No You Ni
ກົດເລີຍ
ເພງ Everlasting
ກົດເລີຍ
ເພງ Tsubasa Wo Hirogete
ກົດເລີຍ
ເພງ Mysterious Eyes ເພງນີ້ມ່ວນຫລາຍໆໆໆໆໆໆ
ກົດກົດ
ເອົາມາຝາກຈັກຫນ້ອຍ ມື້ຫນ້າຈຶ່ງເອົາມາຕື່ມ ຄັນມີຄົນສົນ ເຫິໆໆ (ອັນນິເອົາມາລອງຂອງ)

Detective Conan ເປັນພາສາລາວ

ສະແກນເອງ ແປເອງ (ແປຈາກພາສາໄທດອກ ບໍ່ຍາກປານໃດ ອິອິ)
ແປຈາກ File 4 ໃນເຫລັ້ມ 40

ອ່ານຫມົດຕອນຕໍ່ໄດ້ຕາມລິ້ງນີ້ເລີຍເດີ້
ກົດເລີຍ

ຄອບຄົວຂອງ ຄຸໂດ້ ຊິນອິຈິ

ຄຸໂດ້ ຢູກິໂກະ ແມ່ຂອງຄຸໂດ້ ຊິນອິຈິ ເຊິ່ງນາມສະກຸນເກົ່າແມ່ນ ຟຸຈິມິເນະ ລາວເປັນດາລາດັງທີ່ປະສົບ
ຄວາມສຳເລັດຕັ້ງແຕ່ອາຍຸ 19 ປີ ປະຈຸບັນອາໄສຢູ່ LA ສະຫະລັດອາເມຣິກາ ຢູກິໂກະ ມັກເອີ້ນ ຊິນອິຈິວ່າ
ຊິນຈັ່ງ ແລະຍັງເຄີຍເປັນຫມູ່ກັບ ຄິຊາດິ ເອຣິ ເມຍຂອງ ນັກສືບ ໂມຣິ ໂຄໂກໂຣ ນຳອີກ.
ເປັນດາລາສາວທີ່ງາມສຸດໆໆ ບໍ່ຫນ້າເຊື່ອວ່າແຕ່ງງານກັບ ຄຸໂດ້ ຢູຊາກຸ ນັກຂຽນນິຍາຍແນວສືບສວນໄດ້ແນວໃດຫວະ

ຄຸໂດ້ ຢູຊາກຸ ເປັນພໍ່ຂອງ ຄຸໂດ້ ຊິນອິຈິ
ລາວເປັນນັກຂຽນນິຍາຍນັກສືບຊື່ດັງຂອງໂລກ ເຊິ່ງເລື່ອງທີ່ຂາຍດີຂອງລາວກໍຄື Night Baron ເມື່ອກ່ອນ
ຢູຊາກຸ ໄດ້ຖືກ FBI ຂໍຮ້ອງໃຫ້ສືບກ່ຽວກັບຄະດີຂອງພວກອົງກອນຊຸດດຳ ໂດຍ ຢູຊາກຸ ໄດ້ເລີ່ມໂຄງການນີ້ກັບ
FBI ແຕ່ກໍໄດ້ພຽງແຕ່ເລີ່ມເທົ່ນັ້ນແລ້ວກໍເຊົາໄປ ຈົນຕໍ່ມາເມື່ອ ຊິນອິຈິ ຖືກພວກຊຸດດຳເອົາຢາໃຫ້ກິນ ຈົນການເປັນ
ໂຄນັນ ຢູຊາກຸ ຈຶ່ງໄດ້ຮ່ວມມືກັບ FBI ອີກຄັ້ງຢ່າງລັບໆ ເພື່ອສືບຫາໂຕຫົວຫນ້າໃຫຍ່ຂອງອົງກອນຊຸດດຳ.

ຄຸໂດ້ ຊິນອິຈິ ເປັນນັກຮຽນປີ 2 ຂອງໂຮງຮຽນ [...]

ທົດສອບ ບລ໋ອກ ຄົນມັກ ໂຄນັນ

ລອງເຮັດເບິ່ງ ຕອນນັ້ນລອງສະຫມັກ ສ້າງບລ໊ອກຢູ່ນິ ລະບໍ່ໄດ້ເຮັດຫຍັງ ດຽວທ່ານນິນ
ຊິວ່າມາເຮັດໄວ້ລະບໍ່ເຮັດຫຍັງໃສ່.
ກໍເລີຍເຮັດເປັນບລ໋ອກຄົນຮັກໂຄນັນ ສະເນາະ ໃຜມັກໃຜຮັກກະມາຮ່ວມໄດ້ເດີ້ ບໍ່ວ່າກັນ ຕິດຕໍ່ມາໂລດທາງ
mii_cfc@hotmail.com ລະມາຮ່ວມສ້າງບລ໋ອກນີ້ນຳກັນ ຮ່ວມແກ້ປິດສະຫນາຮ່ວມກັນ ອິອິ

ສຳລັບໂຕເອງເລີ່ມອ່ານ ໂຄນັນ ຕອນຢູ່ ມ4 ຫລັງຈາກນັ້ນກໍຕິດງ່ອມແງມ ອ່ານມາຮອດ ເຫລັ້ມ 34 ຕອນນັ້ນຢູ່ ມ5 ພໍດີ
ມັນບໍ່ມີເຫລັ້ມຕໍ່ ກໍເລີຍໄດ້ເຊົາໄປ ແລະຕໍ່ມາຮ້ານປຶ້ມກາຕູນຢູ່ແຖວເຮືອນຂະເຈົ້າປິດກະເລີຍບໍ່ໄດ້ອ່ານເລີຍ
ຈົນມານອດປີນີ້ 2008 ແຕ່ ມ5 – ປີ 4 5ປີເຕັມໆ ຕອນນີ້ກະມາອ່ານຕໍ່ ລະກະຕິດເຊັ່ນເຄີຍ ເປັນການຕູນທີ່ອ່ານມ່ວນ ຊວນຄຶດອີ່ຫລີ່