ຄອບຄົວຂອງ ຄຸໂດ້ ຊິນອິຈິ

null
ຄຸໂດ້ ຢູກິໂກະ ແມ່ຂອງຄຸໂດ້ ຊິນອິຈິ ເຊິ່ງນາມສະກຸນເກົ່າແມ່ນ ຟຸຈິມິເນະ ລາວເປັນດາລາດັງທີ່ປະສົບ
ຄວາມສຳເລັດຕັ້ງແຕ່ອາຍຸ 19 ປີ ປະຈຸບັນອາໄສຢູ່ LA ສະຫະລັດອາເມຣິກາ ຢູກິໂກະ ມັກເອີ້ນ ຊິນອິຈິວ່າ
ຊິນຈັ່ງ ແລະຍັງເຄີຍເປັນຫມູ່ກັບ ຄິຊາດິ ເອຣິ ເມຍຂອງ ນັກສືບ ໂມຣິ ໂຄໂກໂຣ ນຳອີກ.
ເປັນດາລາສາວທີ່ງາມສຸດໆໆ ບໍ່ຫນ້າເຊື່ອວ່າແຕ່ງງານກັບ ຄຸໂດ້ ຢູຊາກຸ ນັກຂຽນນິຍາຍແນວສືບສວນໄດ້ແນວໃດຫວະ

null
ຄຸໂດ້ ຢູຊາກຸ ເປັນພໍ່ຂອງ ຄຸໂດ້ ຊິນອິຈິ
ລາວເປັນນັກຂຽນນິຍາຍນັກສືບຊື່ດັງຂອງໂລກ ເຊິ່ງເລື່ອງທີ່ຂາຍດີຂອງລາວກໍຄື Night Baron ເມື່ອກ່ອນ
ຢູຊາກຸ ໄດ້ຖືກ FBI ຂໍຮ້ອງໃຫ້ສືບກ່ຽວກັບຄະດີຂອງພວກອົງກອນຊຸດດຳ ໂດຍ ຢູຊາກຸ ໄດ້ເລີ່ມໂຄງການນີ້ກັບ
FBI ແຕ່ກໍໄດ້ພຽງແຕ່ເລີ່ມເທົ່ນັ້ນແລ້ວກໍເຊົາໄປ ຈົນຕໍ່ມາເມື່ອ ຊິນອິຈິ ຖືກພວກຊຸດດຳເອົາຢາໃຫ້ກິນ ຈົນການເປັນ
ໂຄນັນ ຢູຊາກຸ ຈຶ່ງໄດ້ຮ່ວມມືກັບ FBI ອີກຄັ້ງຢ່າງລັບໆ ເພື່ອສືບຫາໂຕຫົວຫນ້າໃຫຍ່ຂອງອົງກອນຊຸດດຳ.

null
ຄຸໂດ້ ຊິນອິຈິ ເປັນນັກຮຽນປີ 2 ຂອງໂຮງຮຽນ ມປາຍ ເທຕັ້ນ ອາຍຸ 17 ປີ ເປັນລູກຊາຍຂອງ ຄຸໂດ້ ຢູຊາກຸ ແລະ
ຄຸໂດ້ (ຟຸຈິມິເນະ) ຢູກິໂກະ ເກີດວັນທີ 4 ພຶດສະພາ ເປັນຄົນທີ່ມັກກ່ຽວກັບນັກສືບ ນຳຮອຍພໍ່ແບບຫນຽວແຫນ້ນ
ພໍ່ແມ່ໄປຢູ່ທີ່ LA ແຕ່ຊິນອິຈິ ກໍຍັງຢູ່ຍີ່ປຸ່ນຕໍ່ ຢູ່ຄົນດຽວຕັ້ງແຕ່ອາຍຸ 14 ປີ ເພາະໄດ້ຮັບເຊື້ອສາຍຫລືອິດທິພົນ
ຈາກພໍ່ທີ່ເປັນນັກຂຽນນິຍາຍແນວສືບສວນ ເຮັດໃຫ້ຊິນອິຈິ ມີຄວາມສາມາດສືບສວນ ແລະຕັ້ງໂຕເປັນນັກສືບ
ມປາຍ ຊິນອິຈິເປັນຄົນສະຫລາດ ມີພິກໄຫວ ຊ່າງສັງເກດ ມີຄວາມຫມັ້ນໃຈໃນໂຕເອງສູງ ແລະຫນ້າຕາດີ
ເຮັດໃຫ້ເປັນທີ່ຫລົງໄຫລຂອງສາວໆຈຳນວນຫລາຍ ຊິນອິຈິເປັນຫມູ່ສະຫນິດກັບລູກສາວຂອງນັກສືບ
ໂມຣິ ໂຄໂກໂຣ ທີ່ຊື່ວ່າ ໂມຣິ ຣັນ. ຊິນອິຈິ ມີຄວາມສາມາດພິເສດຫລາຍດ້ານເຊັ່ນ ເຕະບານ, ຂັບຄອບເຕີ້
ແຕ່ວ່າຊິນອິຈິກັບສົນໃຈແລະເນັ້ນຫນັກສະເພາະເລື່ອງນັກສືບເທົ່ານັ້ນ ຊິນອິຈິມີຂໍ້ເສຍຄືຮ້ອງເພງບໍ່ເກັ່ງ.

ຍ້ອນຄວາມຢາກຮູ້ຢາກເຫັນ ມື້ນຶ່ງ ຊິນອິຈິ ໄດ້ບັງເອີກພົບເຫັນການເຮັດຜິດກົດຫມາຍຂອງອົງກອນຊຸດດຳ
(ຍີນ ແລະ ວອດກ້າ) ຈັບຊິນອິຈິໄດ້ ເລີຍເອົາຢາ aptx 4869 ໃຫ້ຊິນອິຈິກິນ ຜົນຂ້າງຄຽງຂອງຢາ
ເຮັດໃຫ້ຊິນອິຈິໂຕຫົດນ້ອຍລົງ ກາຍເປັນເດັກນ້ອຍປະຖົມຄືນ ແຕ່ເຖິງໂຕຈະນ້ອຍແຕ່ສະຫມອງກໍຍັງ
ຫລັກແຫລມຄືເກົ່າ.ຊິນອິຈິ ທີ່ຕ້ອງການນຳຫາອົງກອນຊຸດດຳ ເພື່ອເອົາຢາແກ້ຄືນໃຫ້ເປັນໂຕໃຫຍ່ຄືເກົ່າ
ຈຶ່ງປອມໂຕ ໂດຍໃສ່ຊື່ວ່າ ເອໂດງາວາ ໂຄນັນ ແລ້ວໄປຢູ່ນຳ ໂມຣິ ຣັນ ລູກຂອງນັກສືບເອກະຊົນທີ່ຊື່ວ່າ
ໂມຣິ ໂຄໂກໂຣ.

ຮູບນັກສະແດງທີ່ສະແດງເປັນ ຄຸໂດ້ ຊິນອິຈິ ໃນຫນັງໂຄນັນ ພາກຄົນສະແດງ
null

3 Responses to “ຄອບຄົວຂອງ ຄຸໂດ້ ຊິນອິຈິ”

  1. au8ust says:

    ບໍ່ເຄີຍເບິ່ງຕອນທຳອິດ -*-

  2. tolomold says:

    ອ້າ.. ດີເລີຍມີແບບນີ້ເກີດແຮງບັນດາໃຈອີກແລ້ວ ດຽວເອົາໄວ້ຖ້າເບິ່ງວ່າຈະເປັນແນວໃດ… ທຳອິດນິຂໍບອກວ່າ ຕອນ ພໍ່ມົດຄົນສຸດທ້າຍແຫ່ງສັດຕະວັດ ສຸດຍອດ ຂ້າພະເຈົ້າມັກຕອນນີ້ທີ່ສຸດ.

  3. Defago says:

    ໂອ ວ່າງດີເນາະ ໝີ 555
    ເຮັດໄດ້ດີຫຼາຍໆ
    ວ່າແຕ່ ບໍ່ມີລິ້ງໃຫ້ Gallery ຂ້ອຍແນ່ຫວາ ເອິກໆ
    (ເອົາໄປເຮັດຫຍັງວະ)

Leave a Reply