08.10ທົດສອບ ບລ໋ອກ ຄົນມັກ ໂຄນັນ
ລອງເຮັດເບິ່ງ ຕອນນັ້ນລອງສະຫມັກ ສ້າງບລ໊ອກຢູ່ນິ ລະບໍ່ໄດ້ເຮັດຫຍັງ ດຽວທ່ານນິນ
ຊິວ່າມາເຮັດໄວ້ລະບໍ່ເຮັດຫຍັງໃສ່.
ກໍເລີຍເຮັດເປັນບລ໋ອກຄົນຮັກໂຄນັນ ສະເນາະ ໃຜມັກໃຜຮັກກະມາຮ່ວມໄດ້ເດີ້ ບໍ່ວ່າກັນ ຕິດຕໍ່ມາໂລດທາງ
mii_cfc@hotmail.com ລະມາຮ່ວມສ້າງບລ໋ອກນີ້ນຳກັນ ຮ່ວມແກ້ປິດສະຫນາຮ່ວມກັນ ອິອິ

ສຳລັບໂຕເອງເລີ່ມອ່ານ ໂຄນັນ ຕອນຢູ່ ມ4 ຫລັງຈາກນັ້ນກໍຕິດງ່ອມແງມ ອ່ານມາຮອດ ເຫລັ້ມ 34 ຕອນນັ້ນຢູ່ ມ5 ພໍດີ
ມັນບໍ່ມີເຫລັ້ມຕໍ່ ກໍເລີຍໄດ້ເຊົາໄປ ແລະຕໍ່ມາຮ້ານປຶ້ມກາຕູນຢູ່ແຖວເຮືອນຂະເຈົ້າປິດກະເລີຍບໍ່ໄດ້ອ່ານເລີຍ
ຈົນມານອດປີນີ້ 2008 ແຕ່ ມ5 – ປີ 4 5ປີເຕັມໆ ຕອນນີ້ກະມາອ່ານຕໍ່ ລະກະຕິດເຊັ່ນເຄີຍ ເປັນການຕູນທີ່ອ່ານມ່ວນ ຊວນຄຶດອີ່ຫລີ່

08:16 au8ust: ໂອ ກະດຽວວ່າໃຜສ້າງ ຮຶຮຶຮຶ http://conanfan.laoblogger.com/
August 10th, 2008 at 8:17 pm
ໂອຍ ລືມ comment ກ່ຽວກັບເລື່ອງ conan
ແຕ່ກ່ອນມັກອ່ານຢູ່ ມັກເບິ່ງນຳ ແຕ່ວ່າ ຮູ້ຈັກ conan ແມ່ນຕັ້ງແຕ່ສະໄຫມເຊົ່າກະແຊັດມາເບິ່ງ ຕອນຫລັງຫາກໍ່ຮູ້ວ່າມັນມີປື້ມນຳ ໝູ່ສະໄຫມຮຽນຕອນນ້ອຍ ໆ ເອົາມາອ່ານຢູ່ຫ້ອງ ກໍ່ເລີຍຮູ້ ແບບວ່າ ເທບຫລາຍ ແຕ່ກໍ່ຢ່າມັນທ້ອນ ດົນແລ້ວ ຮຶຮຶ
August 10th, 2008 at 8:20 pm
ຫຶຫຶ ລະຊິເອົາຕອນທຳອິດມາໂພສໃຫ້ອ່ານເດີ້ທ່ານນິນ ທີ່ຮັກຂອງຫມີ
August 10th, 2008 at 9:31 pm